ຖິງລະດູການແລ້ວເດີພີ່ນ້ອງ 💁ວ່າຈັ່ງໃດສາຍປູກຜັກ🍅🌽🥕🍆🫑🥦🥬🌶️🥒ທັງຫຼາຍ 💁💁ເຂົ້າມາເລືອກຊື້ກັນເດີວ່າຈະປູກຫຍັງດີ💁ຮ້ານເຮົາມີຫຼາກຫຼາຍຊະນິດໃຫ້ເລືອກຈ່າ💁ສົນໃຈແບບໃດທັກມາໄດ້ເດີ💁ມີພ້ອມສົ່ງ📱23050197
ໄດ້ຮັບກຽດສູງສຸດ ຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນການເຂົ້າຢ້ຽມຊົມ ຮ້ານວາງສະແດງສິນຄ້າຂອງ ສະຫະກອນສົ່ງເສີມກະສິກຳ ເມືອງຫົງສາ ໂດຍມີ ທ່ານ ຄະທາຢຸດ ຊູພູນ ກຳມະການ ຜູ້ຈັດການບໍລິສັດໄຟຟ້າ ຫົງສາ ຈຳກັດ ພ້ອມດ້ວຍ ຄະນະຜູ້ບໍລິຫານ ແລະ ພະນັກງານຂອງບໍລິສັດ ໃຫ້ການຕ້ອນຮັບຢ່າງໃກ້ສິດ.
ມີເຂົ້າສານ ພັນເຊໂນ ພ້ອມສົ່ງເດີລູກຄ້າ 💁ສັ່ງໄດ້ເດີ ກິໂລ 15,500ກີບ 💁ເຂົ້າເມັດຂາວ,ງາມ,ອ່ອນໆ,ແຊບໆ ຮັບປະກັນຄວາມອ່ອນ ເພາະວ່າທາງເຮົາໜຶ້ງຊີມກ່ອນຈຳໜ່າຍທຸກຄັ້ງ💁ຖ້າບໍ່ແຊບແມ່ນເຮົາປ່ຽນໃຫ້ 💁ທາງເຮົາບໍລິການສົ່ງເຖິງທີ່ ໃນເທດສະບານຫົງສາ 💁📱📱23050197
ກິດຈະກຳປູກໝາກເຜັດເປັນກິດຈະກຳໜຶ່ງທີ່ສຳຄັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດໃນຈຳນວນຫຼາຍ ທີ່ສະຫະກອນເລືອກທີ່ຈະສົ່ງເສີມໃຫ້ສະມາຊິກສະຫະກອນປູກ ເພືອສະໜອງໃຫ້ສະກອນ ເຊິ່ງສົກປີ 2023 - 2024 ນີ້ພວກເຮົາມີ ສະມາຊິກປູກໝາກເຜັດຈິນດາສະເພາະພາຍໃນເມືອງຫົງສາທັງໝົດ ຈຳນວນ 14 ຄອບຄົບຄື: ບ້ານນາແກ່ນຄຳ 2 ຄອບຄົວ, ບ້ານ ສີມຸງຄຸນຈຳນວນ 8 ຄອບຄົວ ແລະ ບ້ານ ໂພນຈັນ ຈຳນວນ 4 ຄອບຄົວ ແລະ ໃຊ້ເນື້້ອທີ່ປູກຈຳນວນ 8 ໄລ່.
ພໍ່ແມ່ພີ່ນ້ອງທີ່ມາທ່ຽວງານບຸນຊ້າງ ຢ່າລືມມາແວະຊົມ 💁ອຸດໜູນສິນຄ້າສະຫະກອນຂອງພວກເຮົາແດ່ເດີ ໃນຮ້ານວາງສະແດງຂອງພວກເຮົາຈະມີສິນຄ້າທີ່ຫຼາກຫຼາຍ ມີທັງຜະລິດຕະພັນແປຮູບຈາກສະມາຊິກກຸ່ມ,ຜົນຜະລິດ ແລະ ຜ້າຫ້ອມຍ້ອມນິນມີຫຼາຍແບບຫຼາຍລາຍໃຫ້ທ່ານໄດ້ເລືອກຊື້ເລືອກຊົມ
ວັນທີ 29 ມັງກອນ 2024 ນີ້, ສະຫະກອນສົ່ງເສີມກະສິກຳເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂຶ້ນຢູ່ທີ່ຫ້ອງການພາກສະໝາມພະແນກພັດທະນາສັງຄົມ ບໍລິສັດໄຟຟ້າຫົງສາ ຈໍາກັດ