ວັນທີ 29 ມັງກອນ 2024 ນີ້, ສະຫະກອນສົ່ງເສີມກະສິກຳເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂຶ້ນຢູ່ທີ່ຫ້ອງການພາກສະໝາມພະແນກພັດທະນາສັງຄົມ ບໍລິສັດໄຟຟ້າຫົງສາ ຈໍາກັດ

QA

 

ໃນກອງປະຊຸມທ່ານ ບຸນຊື່ນ ຕະວະ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ປະຈໍາປີ 2023 ແລະ ແຜນການປີ 2024. ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ,ຂໍ້ຄົງຄ້າງ,ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນຈຸມສຸມໃນຕໍ່ໜ້າ. ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ແມ່ນອົງການຈັດຕັ້ງລວມໝູ່ ປະກອບມີ 11 ກຸ່ມໃນການຈັດຕັ້ງສະຫະກອນ. ໃນນັ້ນ, ມີກຸ່ມຜະລິດກະສິກໍາ ຈຳນວນ 3 ກຸ່ມ, ກຸ່ມປຸງແຕ່ງຜົນຜະລິດກະສິກໍາ ຈຳນວນ 2 ກຸ່ມ, ກຸ່ມຮວບຮວມຜົນຜະລິດ 1 ກຸ່ມ, ກຸ່ມຕັດຫຍິບ 1 ກູ່ມ, ກຸ່ມລຽ້ງສັດ 2 ກຸ່ມ, ກຸ່ມຫັດຖະກໍາຈັກສານ 1 ກຸ່ມ ແລະ ກຸ່ມລ້ຽງເຜິ້ງ 1 ກຸ່ມ. ມີສະມາຊິກທັງໝົດ 145 ຄອບຄົວ, ໃນສົກປີ 2023 ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ມີລູກຄ້າທັງໝົດ 93 ລູກຄ້າ. ສ່ວນຫຼາຍແມ່ນລູກຄ້າຢູ່ພາຍໃນເມືອງຫົງສາ, ມີເຄື່ອຄ່າຍສະຫະກອນຢູ່ເມືອງພຽງ 4 ເຄືອຄ່າຍ, ເມືອງເງິນ 2 ເຄືອຄ່າຍ, ເມືອງຊຽງຮ່ອນ 3 ເຄືອຄ່າຍ, ເມືອງໄຊຍະບູລີ 3 ເຄືອຄ່າຍ, ນະຄອນຫຼວງວຽງຈັນ 6 ເຄືອຄ່າຍ ແລະ 1 ບໍລິສັດ ລາວ-ໄທອີຕາລຽນ. ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ສາມາດສ້າງລາຍຮັບໄດ້ທັງໝົດ 1 ຕື້ 959 ລ້ານກວ່າກີບ, ປະຕິບັດລາຍຈ່າຍທັງໝົດ 1 ຕື້ 604 ລ້ານກວ່າກີບ ແລະ ກຳໄລສຸດທິຈາກການດຳເນີນທຸລະກິດ 355 ລ້ານກວ່າກີບ. ຫຼັງຈາກນັ້ນ ກໍ່ໄດ້ປະຕິບັດນະໂຍບາຍແບ່ງປັນຜົນກຳໄລຕາມອັດຕາສວນຄື: ປັນຜົນໃຫ້ສະມາຊິກ 36%, ເປັນທຶນພັດທະນາສະຫະກອນ 30%, ເປັນທຶນສຳຮອງ 15%, ເປັນຄ່າແຮງງານໃຫ້ແກ່ຄະນະບໍລິຫານງານ 10%, ເປັນທຶນສະຫວັດດີການ 8% ແລະ ເປັນທຶນຊ່ວຍເຫຼືອສັງຄົມ 1%. ຈາກນັ້ນ ກອງປະຊຸມຍັງໄດ້ຮັບຟັງ ການຜ່ານລະບຽບຂອງສະຫະກອນ (ສະບັບປັບປຸ່ງໃໝ່) ຕື່ມອີກ.


Post a Comment

1Comments
Post a Comment