ວັນທີ 29 ມັງກອນ 2024 ນີ້, ສະຫະກອນສົ່ງເສີມກະສິກຳເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂຶ້ນຢູ່ທີ່ຫ້ອງການພາກສະໝາມພະແນກພັດທະນາສັງຄົມ ບໍລິສັດໄຟຟ້າຫົງສາ ຈໍາກັດ

 

 ວັນທີ 29 ມັງກອນ 2024 ນີ້, ສະຫະກອນສົ່ງເສີມກະສິກຳເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂຶ້ນຢູ່ທີ່ຫ້ອງການພາກສະໝາມພະແນກພັດທະນາສັງຄົມ ບໍລິສັດໄຟຟ້າຫົງສາ ຈໍາກັດ. ໂດຍການເປັນທານຂອງທ່ານ ບຸນຊື່ນ ຕະວະ ປະທານສະຫະກອນສົ່ງເສີມກະສິກຳເມືອງຫົງສາ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ, ທ່ານ ຢຸດທະນາ ຈຸນພັນທອງ ຜູ້ອຳນາຍການສາຍງານ ກິດຈະການອົງກອນ ບໍລິສັດໄຟຟ້າຫົງສາຈໍາກັດ, ມີພະແນກທີ່ກ່ຽວຂ້ອງຈາກແຂວງ, ເມືອງ, ມີຄະນະບໍລິຫານງານຂອງສະຫະກອນສົ່ງເສີມກະສິກຳ, ສະມາຊິກພາຍໃນກຸ່ມ, ນາຍບ້ານເທດສະບານເມືອງເຂົ້າຮວ່ມ.

ໃນກອງປະຊຸມທ່ານ ບຸນຊື່ນ ຕະວະ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ປະຈໍາປີ 2023 ແລະ ແຜນການປີ 2024. ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ,ຂໍ້ຄົງຄ້າງ,ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນຈຸມສຸມໃນຕໍ່ໜ້າ. ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ແມ່ນອົງການຈັດຕັ້ງລວມໝູ່ ປະກອບມີ 11 ກຸ່ມໃນການຈັດຕັ້ງສະຫະກອນ. ໃນນັ້ນ, ມີກຸ່ມຜະລິດກະສິກໍາ ຈຳນວນ 3 ກຸ່ມ, ກຸ່ມປຸງແຕ່ງຜົນຜະລິດກະສິກໍາ ຈຳນວນ 2 ກຸ່ມ, ກຸ່ມຮວບຮວມຜົນຜະລິດ 1 ກຸ່ມ, ກຸ່ມຕັດຫຍິບ 1 ກູ່ມ, ກຸ່ມລຽ້ງສັດ 2 ກຸ່ມ, ກຸ່ມຫັດຖະກໍາຈັກສານ 1 ກຸ່ມ ແລະ ກຸ່ມລ້ຽງເຜິ້ງ 1 ກຸ່ມ. ມີສະມາຊິກທັງໝົດ 145 ຄອບຄົວ, ໃນສົກປີ 2023 ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ມີລູກຄ້າທັງໝົດ 93 ລູກຄ້າ. ສ່ວນຫຼາຍແມ່ນລູກຄ້າຢູ່ພາຍໃນເມືອງຫົງສາ, ມີເຄື່ອຄ່າຍສະຫະກອນຢູ່ເມືອງພຽງ 4 ເຄືອຄ່າຍ, ເມືອງເງິນ 2 ເຄືອຄ່າຍ, ເມືອງຊຽງຮ່ອນ 3 ເຄືອຄ່າຍ, ເມືອງໄຊຍະບູລີ 3 ເຄືອຄ່າຍ, ນະຄອນຫຼວງວຽງຈັນ 6 ເຄືອຄ່າຍ ແລະ 1 ບໍລິສັດ ລາວ-ໄທອີຕາລຽນ. ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ສາມາດສ້າງລາຍຮັບໄດ້ທັງໝົດ 1 ຕື້ 959 ລ້ານກວ່າກີບ, ປະຕິບັດລາຍຈ່າຍທັງໝົດ 1 ຕື້ 604 ລ້ານກວ່າກີບ ແລະ ກຳໄລສຸດທິຈາກການດຳເນີນທຸລະກິດ 355 ລ້ານກວ່າກີບ. ຫຼັງຈາກນັ້ນ ກໍ່ໄດ້ປະຕິບັດນະໂຍບາຍແບ່ງປັນຜົນກຳໄລຕາມອັດຕາສວນຄື: ປັນຜົນໃຫ້ສະມາຊິກ 36%, ເປັນທຶນພັດທະນາສະຫະກອນ 30%, ເປັນທຶນສຳຮອງ 15%, ເປັນຄ່າແຮງງານໃຫ້ແກ່ຄະນະບໍລິຫານງານ 10%, ເປັນທຶນສະຫວັດດີການ 8% ແລະ ເປັນທຶນຊ່ວຍເຫຼືອສັງຄົມ 1%. ຈາກນັ້ນ ກອງປະຊຸມຍັງໄດ້ຮັບຟັງ ການຜ່ານລະບຽບຂອງສະຫະກອນ (ສະບັບປັບປຸ່ງໃໝ່) ຕື່ມອີກ.

Post a Comment

0Comments
Post a Comment (0)