ຄະນະກຸ່ມຜະລິດ ເມືອງຄູນ ແຂວງຊຽງຂວາງ ມາຢ້ຽມຢາມຖອດຖອນບົດຮຽນ ສະຫະກອນ ສົ່ງເສີມກະສິກຳ ເມືອງຫົງສາ.


 ວັນທີ່ 16 ພະຈິກ ປີ 2023 ຜ່ານມາ ຄະນະກຸ່ມຜະລິດ ເມືອງຄູນ ແຂວງຊຽງຂວາງ ມາຢ້ຽມຢາມຖອດຖອນບົດຮຽນ ນຳສະຫະກອນ ສົ່ງເສີມກະສິກຳ ເມືອງຫົງສາ ໃນນີ້ມີຜູ້ເຂົ້າຮ່ວມທັງໝົດ 38 ທ່ານ, ຍິງ 13 ທ່ານ, ພິທີຈັດຕັ້ງກອງປະຊຸມນຳພາໂດຍ ຜູ້ຈັດການສະຫະກອນ ທ່ານ ແກ້ວດວງສອນ ສີຫາລາດ ນຳສະເໜີ ວຽກງານການສ້າງຕັ້ງກຸ່ມ ແລະ ສະຫະກອນ, ໃນການຖອດຖອນບົດຮຽນຄັ້ງນີ້ ຍັງມີຄະນະບໍລິຫານ ສະຫະກອນ ພ້ອມພະນັກງານທີ່ກ່ຽວຂ້ອງ.

ຫຼັງຈາກສຳເລັດກອງປະຊຸມ ຍັງໄດ້ລົງຢ້ຽມຢາມກຸ່ມ ປູກພືດຜັກ ( ໝາກເຜັດ ), ທີ່ເປັນສະມາຊິກສະຫະກອນ ຜະລິດ ເພື່ອສົ່ງໃຫ້ສະຫະກອນຈຳໜ່າຍ, ພື້ນທີ່ຜະລິດ ແມ່ນ ຢູ່ບ້ານສີມຸງຄຸນ ເມືອງຫົງສາ, ມີເນື້ອທີ່ຜະລິດ 4 ໄລ່, ຈຳນວນ 8 ຄອບຄົວ.

Post a Comment

0Comments
Post a Comment (0)